ຂ້າມໄປເນື້ອຫາ
ກັບໄປ LEGinfo

FROM JAPAN, FOR YOUR CHILD’S FUTURE

ຄິດໄລ່ໄດ້.
ຮຽນຮູ້ມ່ວນ.
ເຕີບໂຕຢ່າງໝັ້ນໃຈ.

ເປີດໂລກຕົວເລກຜ່ານ tablet ກັບ SoroTouch Laos. ຮຽນຄິດໄລ່ໃນໃຈດ້ວຍກົນໄກລູກຄິດຈາກຍີ່ປຸ່ນ—ໃຫ້ທຸກຄວາມພະຍາຍາມ ເປັນກ້າວນ້ອຍໆທີ່ລູກພູມໃຈ.

ສຳລັບອາຍຸ 5–8 ປີ · ທົດລອງຮຽນ 1 ຊົ່ວໂມງ

ເດັກກຳລັງຝຶກ SoroTouch ຜ່ານ iPad ໃນຫ້ອງຮຽນລາວ
Beyond Calculationຫຼາຍກວ່າການຄິດໄລ່
5–8ປີ · ຊ່ວງອາຍຸແນະນຳ
48ລະດັບ · J1 ຫາ X12
2 + 10ຄູ 2 ຄົນ · ນັກຮຽນບໍ່ເກີນ 10 ຄົນ/ຫ້ອງ
Japan → Laosການຮຽນຮູ້ທີ່ເຊື່ອມໂລກ

WHAT IS SOROTOUCH?

ຈາກປາຍນິ້ວ
ສູ່ພາບການຄິດໄລ່ໃນໃຈ.

SoroTouch ນຳກົນໄກຂອງລູກຄິດມາຢູ່ເທິງ tablet. ເດັກໄດ້ຝຶກສະຫຼັບລະຫວ່າງການເຫັນລູກຄິດ ແລະໂໝດທີ່ບໍ່ເຫັນລູກຄິດ ເພື່ອຄ່ອຍໆຝຶກການຄິດໄລ່ດ້ວຍພາບໃນໃຈ.

01 / MENTAL CALCULATION

ພື້ນຖານການຄິດໄລ່

ຝຶກບວກ, ລົບ, ຄູນ ແລະຫານ ຜ່ານ mission ທີ່ຄ່ອຍໆເພີ່ມຄວາມທ້າທາຍ.

02 / GROWTH MINDSET

ກ້າລອງ ແລະກ້າເຕີບໂຕ

ຄວາມຜິດພາດເປັນໂອກາດຮຽນຮູ້. ເດັກໄດ້ຝຶກຄວາມພະຍາຍາມ ແລະເຫັນຄຸນຄ່າຂອງການຝຶກຕໍ່ເນື່ອງ.

03 / GLOBAL CONNECTION

ຮຽນຮູ້ ແລະເຊື່ອມໂລກ

ກິດຈະກຳ ແລະການແຂ່ງຂັນຂອງ SoroTouch ເປີດໂອກາດໃຫ້ຮຽນຮູ້ຮ່ວມກັບໝູ່ຈາກຫຼາຍປະເທດ.

ຄູ SoroTouch Laos ກຳລັງແນະນຳນັກຮຽນໃນຫ້ອງ
ຮຽນດ້ວຍຕົນເອງ ໂດຍມີຄູຄອຍສົ່ງເສີມ

A LITTLE EVERY DAY

ຝຶກທີ່ເຮືອນ.
ເຕີບໂຕຮ່ວມກັນທີ່ສູນ.

ຝຶກປະຈຳຜ່ານແອັບ

ເຮັດ mission ແລະທົບທວນຜ່ານເກມ. ສ້າງນິໄສການຮຽນນ້ອຍໆ ແຕ່ຕໍ່ເນື່ອງ ໃນຈັງຫວະທີ່ເໝາະກັບລູກ.

ຮຽນກັບຄູ ແລະໝູ່ທີ່ສູນ

Center Student ຮ່ວມຫ້ອງຮຽນອາທິດລະ 1 ຄັ້ງ. ທົບທວນສິ່ງທີ່ຝຶກ, ລອງທ້າທາຍ ແລະແບ່ງປັນຄວາມກ້າວໜ້າ.

ອ່ານຮູບແບບການຮຽນຈາກເວັບທາງການ

ONE JOURNEY. FOUR STAGES.

ກ້າວນ້ອຍໆ ທີ່ໄປໄດ້ໄກ.

4 ຂັ້ນ · ຂັ້ນລະ 12 ລະດັບ
ຈາກພື້ນຖານ ສູ່ໂຈດທີ່ທ້າທາຍຂຶ້ນ.

JJuniorJ1–J12

ສ້າງພື້ນຖານຕົວເລກ

ບວກ–ລົບ 1–9, ການແຍກ 5 ແລະການທົດ. ເລີ່ມຮຽນຮູ້ສູດຄູນພື້ນຖານ.

ຈາກການສຳຜັດ → ການເຂົ້າໃຈ
SSuperS1–S12

ຄ່ອຍໆເພີ່ມຄວາມຄ່ອງ

ບວກ–ລົບຫຼາຍຈຳນວນ, ຄູນ 2 ຫຼັກ × 1 ຫຼັກ ແລະກ້າວໄປຫາ 2 ຫຼັກ × 2 ຫຼັກ. ເລີ່ມການຫານ.

ບວກ · ລົບ · ຄູນ · ຫານ
UUltraU1–U12

ທ້າທາຍຄວາມສາມາດ

ຝຶກບວກ–ລົບຕົວເລກ 3–4 ຫຼັກ, ຄູນ 3 ຫຼັກ × 2 ຫຼັກ ແລະຫານດ້ວຍຕົວເລກ 2–3 ຫຼັກ.

ຝຶກໃຫ້ແມ່ນຍຳ ແລະຄ່ອງແຄ້ວ
XExpertX1–X12

ຕໍ່ຍອດທັກສະໃຫ້ແຂງແຮງ

ຝຶກທັງ 4 ການຄຳນວນໃນລະດັບສູງ ດ້ວຍໂຈດຫຼາຍຫຼັກ ແລະການທົບທວນຢ່າງຕໍ່ເນື່ອງ.

ຮຽນຮູ້ຕໍ່ໄປ ໃນຈັງຫວະຂອງຕົນ

ອີງຕາມ SoroTouch Original Curriculum (J1–X12). ການຜ່ານລະດັບຂຶ້ນກັບຄວາມພ້ອມ ແລະການຝຶກຂອງແຕ່ລະຄົນ.

OUR CLASSROOM, IN LAOS

ພື້ນທີ່ນ້ອຍໆ
ສຳລັບຄວາມເປັນໄປໄດ້ໃໝ່.

ບໍ່ແມ່ນພຽງການຫາຄຳຕອບ.
ແຕ່ແມ່ນການຝຶກຄິດ, ລອງ ແລະຮຽນຮູ້ໄປດ້ວຍກັນ.

FOR PARENTS

ຄຳຖາມທີ່ພໍ່ແມ່
ຢາກຮູ້.

ມີຄຳຖາມເພີ່ມເຕີມ?
ລົມກັບ SoroTouch Laos

ເໝາະກັບເດັກອາຍຸເທົ່າໃດ?

SoroTouch Laos ແນະນຳສຳລັບເດັກອາຍຸ 5–8 ປີ. ຖ້າລູກຢູ່ນອກຊ່ວງອາຍຸນີ້ ຫຼືຍັງບໍ່ແນ່ໃຈໃນຄວາມພ້ອມ, ສາມາດປຶກສາທີມງານກ່ອນສະໝັກ.

ຕ້ອງຮຽນລູກຄິດມາກ່ອນບໍ?

ສາມາດເລີ່ມຈາກພື້ນຖານໄດ້. ຫຼັກສູດ J ເລີ່ມຈາກຕົວເລກ ແລະການບວກ–ລົບ. ໃນຊ່ວງທົດລອງຮຽນ ຄູຈະແນະນຳການໃຊ້ແອັບ ແລະວິທີຝຶກທີ່ເໝາະສົມ.

ຕ້ອງຝຶກຢູ່ເຮືອນບໍ?

ການຝຶກຜ່ານແອັບເປັນປະຈຳທີ່ເຮືອນແມ່ນສ່ວນສຳຄັນ. ສຳລັບ Center Student ຈະມີຫ້ອງຮຽນທີ່ສູນອາທິດລະ 1 ຄັ້ງ ເພື່ອທົບທວນ ແລະຮຽນຮູ້ຮ່ວມກັບໝູ່. ສອບຖາມຕາຕະລາງຂອງສູນລາວກ່ອນສະໝັກ.

ຕ້ອງມີ iPad ຫຼືໃຊ້ Android ໄດ້?

ຕ້ອງໃຊ້ tablet ທີ່ຮອງຮັບແອັບ ແລະອິນເຕີເນັດ. ເວັບທາງການແນະນຳ iPad ຮຸ່ນໃໝ່; Android ຮອງຮັບບາງຮຸ່ນ ແລະຄວາມສາມາດອາດແຕກຕ່າງກັນ. ກະລຸນາໃຫ້ສູນກວດຮຸ່ນກ່ອນຊື້ອຸປະກອນ.

ຄ່າຮຽນເທົ່າໃດ ແລະລວມຫຍັງແດ່?

ຕິດຕໍ່ SoroTouch Laos ເພື່ອຮັບຄ່າຮຽນລ່າສຸດ, ຄ່າໃຊ້ແອັບ, ເງື່ອນໄຂອຸປະກອນ ແລະຕາຕະລາງທີ່ຍັງວ່າງ. ມີທົດລອງຮຽນຟຣີ 1 ຊົ່ວໂມງ ໂດຍນັດໝາຍກັບສູນລ່ວງໜ້າ.

ຮຽນດົນປານໃດຈຶ່ງເຫັນຜົນ?

ຈັງຫວະການຮຽນຂຶ້ນກັບພື້ນຖານ ແລະຄວາມສະໝ່ຳສະເໝີຂອງແຕ່ລະຄົນ. ບໍ່ມີການຮັບປະກັນວ່າເດັກທຸກຄົນຈະຮຽນຈົບ ຫຼືໄດ້ຜົນເທົ່າກັນໃນໄລຍະເວລາດຽວກັນ. ຄູຈະຊ່ວຍຕິດຕາມ ແລະແນະນຳການຝຶກ.

ກວດລາຍຊື່ອຸປະກອນທີ່ຮອງຮັບຈາກ SoroTouch ↗

LET’S START WITH A LITTLE CURIOSITY

ໃຫ້ລູກລອງກ່ອນ.
ຄ່ອຍຄົ້ນພົບໄປດ້ວຍກັນ.

ທົດລອງຮຽນຟຣີ 1 ຊົ່ວໂມງ

ແຈ້ງອາຍຸລູກ ແລະຊ່ວງເວລາທີ່ສະດວກ. ທີມງານຈະຊ່ວຍນັດໝາຍ, ແນະນຳອຸປະກອນ ແລະແຈ້ງລາຍລະອຽດກ່ອນສະໝັກ.

ຕິດຕໍ່ຈອງຜ່ານ Facebook

SoroTouch Laos

ຕຶກ K&C ຊັ້ນ 3
ຖະໜົນສຳນັກງານນາຍົກ (ຫຼັງ ມສ ວຽງຈັນ)
ບ້ານສີສະຫວາດ, ເມືອງຈັນທະບູລີ
ນະຄອນຫຼວງວຽງຈັນ

020 7823 5614020 9789 8263

ກະລຸນານັດໝາຍລ່ວງໜ້າ ແລະຢືນຢັນຕາຕະລາງກັບສູນ.